ຕູ້ຂາຍສິນຄ້າອັດຕະໂນມັດ ຫຼື Vending Machine ເປັນທາງເລືອກທີ່ດີສຳລັບຜູ້ທີ່ຕ້ອງການສ້າງລາຍຮັບເສີມ ແຕ່ມີເວລາຈຳກັດ. ສຳລັບຜູ້ທີ່ມີທຳເລທີ່ດີ, ການລົງທຶນໃນຕູ້ຂາຍສິນຄ້າອັດຕະໂນມັດສາມາດເປັນໂອກາດທາງທຸລະກິດທີ່ໜ້າສົນໃຈ.

ຂໍ້ດີຂອງການມີຕູ້ຂາຍສິນຄ້າອັດຕະໂນມັດ:

  1. ເຮັດວຽກຕະຫຼອດ 24 ຊົ່ວໂມງ
  2. ບໍ່ຈຳເປັນຕ້ອງມີພະນັກງານປະຈຳ
  3. ສາມາດຂາຍສິນຄ້າໄດ້ຫຼາກຫຼາຍປະເພດ
  4. ການບຳລຸງຮັກສາງ່າຍ
  5. ສາມາດຕິດຕາມຍອດຂາຍໄດ້ແບບ real-time

ສິ່ງທີ່ຕ້ອງພິຈາລະນາ:

  1. ເລືອກທຳເລທີ່ມີຄົນຜ່ານໄປມາຫຼາຍ
  2. ເລືອກສິນຄ້າທີ່ເໝາະສົມກັບກຸ່ມລູກຄ້າເປົ້າໝາຍ
  3. ຮັບປະກັນຄຸນນະພາບແລະຄວາມສົດໃໝ່ຂອງສິນຄ້າ
  4. ມີແຜນການບຳລຸງຮັກສາແລະເຕີມສິນຄ້າເປັນປະຈຳ
  5. ພິຈາລະນາລະບົບການຊຳລະເງິນທີ່ຫຼາກຫຼາຍ

ເຖິງແມ່ນວ່າຈະມີການລົງທຶນເບື້ອງຕົ້ນ, ຕູ້ຂາຍສິນຄ້າອັດຕະໂນມັດສາມາດເປັນແຫຼ່ງລາຍຮັບທີ່ໝັ້ນຄົງໃນໄລຍະຍາວ ເປັນທາງເລືອກທີ່ດີສຳລັບຜູ້ທີ່ມີທຳເລທີ່ດີ ແຕ່ມີເວລາຈຳກັດໃນການບໍລິຫານທຸລະກິດແບບເຕັມເວລາ.

ບໍລິສັດ Vendee X ສະເໜີ 3 ຮູບແບບຫຼັກສຳລັບການເລີ່ມທຸລະກິດຕູ້ຂາຍສິນຄ້າອັດຕະໂນມັດ:

1. ຊື້ຕູ້ຂາດ ຜະລິດເປັນ Brand ຂອງລູກຄ້າສະເພາະ (White Label/OEM):

  • ເໝາະສຳລັບເຈົ້າຂອງສິນຄ້າ ຫຼື ທຸລະກິດທີ່ຕ້ອງການສ້າງລາຍໄດ້ 24 ຊົ່ວໂມງ
  • ຊ່ວຍຂະຫຍາຍຂອບເຂດໃຫ້ບໍລິການ ແລະ ທຸລະກິດດ້ວຍຕົ້ນທຶນທີ່ຖືກກວ່າ ເມື່ອທຽບໃສ່ກັບການຂະຫຍາຍ ຫຼື ສ້າງສາຂາໃໝ່
  • ລາຄາເລີ່ມຕົ້ນທີ່ $5,790 ຕໍ່ຕູ້
  • ລູກຄ້າສາມາດຈັດຫາສິນຄ້າເອງ ຫຼື ໃຊ້ບໍລິການຈາກ Vendee X
  • ມີລະບົບຈັດການຫຼັງບ້ານໃຫ້ນຳໃຊ້
  • ຄ່າບຳລຸງຮັກສາຟຣີ 3 ປີ, ຫຼັງຈາກນັ້ນ $19/ເດືອນ

2. ຮູບແບບ Franchise ເຊົ່າ ແລະ ເຊົ່າຊື້:

  • ເໝາະສຳລັບຜູ້ທີ່ຕ້ອງການທົດລອງທຸລະກິດນີ້ດ້ວຍຕົ້ນທຶນເບື້ອງຕົ້ນຕໍ່າ
  • ເລີ່ມຕົ້ນທີ່ $119/ເດືອນ ຕໍ່ຕູ້
  • ມີສິດໃຊ້ຕູ້ຕາມສັນຍາເຊົ່າ ແລະ ໄດ້ຮັບການມອບໂອນກຳມະສິດຫຼັງຈາກຄົບກຳນົດ 60 ເດືອນ
  • ລາຍຮັບທັງໝົດ 100% ເປັນຂອງຄູ່ຮ່ວມທຸລະກິດ
  • ມີຄ່າໃຊ້ຈ່າຍເພີ່ມເຕີມເຊັ່ນ ຄ່າເຊົ່າລ່ວງໜ້າ ($119 x 6 ເດືອນ), ຄ່າມັດຈຳ ($1,000 ຈະໄດ້ຮັບຄືນຫຼັງຈາກຄົບສັນຍາ), ແລະ ຄ່າຕິດຕັ້ງ (ລວມຄ່າຂົນສົ່ງ ແລະ ຕິດຕັ້ງໃຫ້ພາຍໃນຂອບເຂດນະຄອນຫຼວງ)

3. ໃຫ້ບໍລິສັດເຊົ່າສະຖານທີ່ ຫຼື ແບ່ງປັນລາຍໄດ້:

  • ເໝາະສຳລັບເຈົ້າຂອງພື້ນທີ່ຫວ່າງທີ່ຕ້ອງການສ້າງລາຍຮັບເສີມ
  • ມີ 2 ທາງເລືອກ: a) ໄດ້ຮັບຄ່າເຊົ່າສະຖານທີ່ + ຄ່າໄຟ = 750,000 ກີບ/ເດືອນ b) ແບ່ງປັນກຳໄລ 8% – 10% ຂອງຍອດຂາຍ
  • ຕ້ອງການພື້ນທີ່ປະມານ 1.2 m x 0.8 m ແລະ ຄວາມສູງ 2.0 m
  • ຕ້ອງມີປັກສຽບໄຟຟ້າ 220v

ທຸກຮູບແບບມີຂໍ້ດີແຕກຕ່າງກັນ:

  • ຮູບແບບທີ 1 ໃຫ້ອິດສະຫຼະໃນການບໍລິຫານຈັດການສູງສຸດ
  • ຮູບແບບທີ 2 ມີຄວາມສ່ຽງຕໍ່າ ແລະ ໃຊ້ເງິນລົງທຶນໜ້ອຍ
  • ຮູບແບບທີ 3 ບໍ່ຕ້ອງລົງທຶນເລີຍ ແລະ ເປັນລາຍຮັບເສີມທີ່ດີ

ທຸກຮູບແບບ ຈະໄດ້ຮັບການເບິ່ງແຍງ ແລະ ບຳລຸງຮັກສາລະບົບ ຈາກ Vendee X ໃນດ້ານຕ່າງໆ ເຊັ່ນ:

  • ລະບົບການຊຳລະເງິນ BCEL OnePay ເປັນມາດຕະຖານ
  • ລະບົບຈັດການຫຼັງບ້ານ
  • ການບຳລຸງຮັກສາຟຣີໃນໄລຍະເວລາທີ່ກຳນົດ

ຕົວເລກ ສະຖິຕິທີ່ສຳຄັນ ທີ່ຄວນພິຈາລະນາ:

  • ຍອດຂາຍຂັ້ນຕໍ່າ: 400,000 – 800,000 ກີບ/ວັນ (12 – 24 ລ້ານກີບ/ເດືອນ)
  • ກຳໄລຂັ້ນຕົ້ນຈາກການຂາຍ: 30% – 35%
  • ໄລຍະເວລາຄືນທຶນ: 9 – 14 ເດືອນ

ມາຮອດປັດຈຸບັນ Vendee X ມີຈຸດໃຫ້ບໍລິການທັງໝົດ 24 ຈຸດ ແລະ ມີແຜນຂະຫຍາຍຈຸດໃຫ້ບໍລິການເຖິງ 50 ຈຸດພາຍໃນປີ 2024 ແລະ ມີລູກຄ້າທີ່ໃຊ້ບໍລິການແລ້ວຫຼາຍກວ່າ 20,000 ຄົນ, ເຊິ່ງສະແດງໃຫ້ເຫັນເຖິງ ສັກກະຍາພາບ ແລະ ທ່າແຮງໃນການເຕີບໂຕຂອງຂະແໜງການບໍລິການນີ້.

ສຳລັບທ່ານທີ່ມີຄວາມສົນໃຈ ເພີ່ມຕື່ມສາມາດນັດພົບກັບ ພະນັກງານຂອງພວກເຮົາ ເພື່ອປຶກສາຫາລືໃນລາຍລະອຽດຕ່າງໆ ເພີ່ມຕື່ມໄດ້. ເບີໂທ: 020 8878 1818

Similar Posts